ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ເກາະພີິພີ ເກາະສະຫວັນທີ່ຕັ້ງເທິງແຜ່ນດິນ ທີ່ປະເທດໄທ







ອາທິດ, ວັນທີ 19 ມິຖຸນາ 2016, ເວລາ 14:00

ພາບຈາກ: zamaktel

          ເກາະພີິພີ: ຄືສ່ວນໜຶ່ງໃນ ເມືອງອ່າວນາງ ແຂວງກະບີ່  ເທິງຝັ່ງທະເລອັນດາມັນ ເກາະພີພີຮັບອິດທິພົນລົມມໍລະສຸມຕາເວັນຕົກໃນເດືອນພຶດ ສະພາ ເຖິງ ພະຈິກ ທຸກປີ ຊ່ວງເວລາດັ່ງກ່າວຈຶ່ງບໍ່ສະດວກຫາກເຮົາຈະເດີນທາງໄປທ່ອງທ່ຽວເກາພີພີ ແຕ່ຫາກມື້ໃດບໍ່ມີຄື້ນລົມແຮງເຮົາສາມາດ ເດີນທາງໄປ ເກາະພີພີໄດ້ຕະຫຼອດເຮືອໂດຍສານສ່ວນໃຫຍ່ເປັນເຮືອຂະໜາດຄວາມຈຸ 200 ບ່ອນນັ່ງຂຶ້ນໄປຂ່ອນຂ້າງປອດໄພໃນການເດີນທາງ ໄປເກາະພີພີ ແຕ່ຫາກມື້ໃດບໍ່ມີຄື້ນລົມແຮງ ເຮົາສາມາດເດີນທາງໄປເກາະພີພີໄດ້ຕະຫຼອດເຮືອໂດຍສານສ່ວນໃຫຍ່ເປັນເຮືອຂະໜາດຄວາມຈຸ 200 ບ່ອນນັ່ງຂຶ້ນໄປຂ່ອນຂ້ອງປອດໄພໃນການເດີນທາງໄປເກາະພີພີ.


ພາບຈາກ: phuketatandaman

          ໝູ່ເກາະພີພີຈາກຄຳບອກເລົ່າເກາະພີພີເກົາ ຊາວທະເລເອີ້ນໝູ່ເກາະນີ້ວ່າ ປູເລົາປິອາປີ ຄຳວ່າປູເລົາແປວ່າເກາະຄຳວ່າປິອາປີແປວ່າ ຕົ້ນໄມ້ທະ ເລຊະນິດໜຶ່ງຈຳພວກแสม ຕໍ່ມາເອີ້ນວ່າຕົ້ນປີປີພາຍຫຼັງກາຍສຽງເປັນພີພີ ໝູ່ເກາະພີພີປະກອບດ້ວຍເກາະ 6 ເກາະ ຄື ເກາະພີພີດອນ ເກາະພີພີເລ ເກາະປິດະນອກ ເກາະປິດະໃນ ເກາະຍູງ ເກາະໄມ້ໄຜ່ ເກາະພີພີຢູ່ຫ່າງຈາກຊາຍຝັ່ງກະບີ່ປະມານ 42 ກິໂລແມັດ ລັກສະນະໂດຍທົ່ວໄປເປັນເວິ້ງອ່າວ ຮູບເຄິ່ງວົງກົມ ເກາະພີພີຢູ່ໃນວົງລ້ອມຂອງພູເຂົາຫີນປູນທີ່ສູງຊັນຈົນເກືອບເປັນທະເລໃນ ຫຼື ທີ່ຊາວເກາະເອີ້ນວ່າປີເລະ.


ພາບຈາກ: phuketguidedriver

          ເກາະພີພີດອນມີເນື້ອທີ່ປະມານ 28 Km2 ທາງເໜືອຂອງເກາະພີພີຄື ແຫຼມຕົງເປັນທີ່ຕັ້ງຂອງ ໝູ່ບ້ານຊາວເລ ປະມານ 15-20 ຄອບຄົວ ສ່ວນໃຫຍ່ອົບພະຍົບມາຈາກເກາະລິເປະຈັງຫວັດສະຕູນ ບໍລິເວນແຫຼມຕົງນີ້ທຳມະຊາດໃຕ້ທະເລສວຍງາມ ເກາະພີພີເໝາະແກ່ການດຳນ້ຳເຊັ່ນດຽວ ກັນກັບທີ່ບໍລິເວນປາຍແຫຼມຫົວລະເກດ ຫາດຍາວ ແລະ ຫິນແພ ນອກຈາກນີ້ຍັງມີເວິ້ງອ່າວຄູ່ທີ່ມີຄວາມສວຍງາມ ເກາະພີພີຕິດອັນດັບໂລກ ຂອງອ່າວຕົ້ນໄທຣ ແລະ ອ່າວໂລະດາລຳ ເຊິ່ງເປັນທີ່ຕັ້ງຂອງສະຖານທີ່ພັກຈຳນວນຫຼາຍ ບໍລິການແກ່ນັກທ່ອງທ່ຽວທົ່ວໄປ.


ພາບຈາກ: phiphi-island

          ນັກທ່ອງທ່ຽວສາມາດເດີນທາງຈາກພູເກັດ ຫຼື ກະບີ່ ໄປເກາະພີພີກໍ່ໄດ້ ໄລຍະທາງ ແລະ ເວລາທີ່ໃຊ້ໃນການເດີນທາງໄປເກາະພີພີຊຳໆກັນ ເກາະພີພີຢູ່ໃນເຂດອຸດທິຍານແຫ່ງຊາຍຫາດນະພັດທະຣາໝູ່ເກາະພີພີ ແຂວງກະບີ່ ລວມເອົາເກາະພີພີ ພີພີເລ ເກາະຍູງ ເກາະໄຜ່ ເກາະນ້ອຍ ແລະ ຫາດນະພັດທະຣາ ເອງ ເກາະພີພີມີການທ່ອງທ່ຽວໂດຍພາກເອກະຊົນຈຳນວນຫຼາຍມານັບເປັນເວລາຫຼາຍສິບປີ ແລະ ເກາະພີພີເລ ກໍ່ໃຫ້ເຮັດ ການທ່ອງ ທ່ຽວໄດ້ຢ່າງກວ້າງຂວາງຍົກເວັ້ນບໍ່ໃຫ້ມີການຈັດການສ້າງທີ່ພັກຮ້ານອາຫານສ່ວນເກາະຍຸງ ແລະ ເກາະໄມ້ໄຜ່ມີການເຮັດການທ່ອງທ່ຽວ ໃນຮູບ ແບບອະນຸຮັກດຳເນີນການໂດຍອຸດທິຍານ ແລະ ເກາະຄູ່ ຫຼື ເກາະບິຕະ ເປັນແຫຼ່ງດຳນ້ຳເລິກແບບ SCUBA.


ພາບຈາກ: alterra

          ນັກທ່ອງທ່ຽວສ່ວນໃຫຍ່ເປັນຊາວຍຸໂລບກິດຈະກຳຄືນອນອາບແດດ ດຳນ້ຳ ຟັງເພງຕາມພັບບຣາແຄມຊາຍຫາດ ເທິງເກາະພີພີເອງ ມີສິ່ງອຳນວຍຄວາມສະດວກຫຼາກຫຼາຍ ອາທິ ທະນາຄານຮ້ານສະດວກຊື້ ຮ້ານເບີເກີລີ ຮ້ານດຳນ້ຳ ຣີສອດທຸກລະດັບ ເທິງເກາະພີພີ.


ພາບຈາກ: phuket

 

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting